Sunday, July 12, 2015

ແນະນຳໂຕເຈົ້າຂອງບລອກ

ສະບາຍດີທຸກໆຄົນທີ່ຫຼົງເຂົ້າມາອ່ານບລອກນີ້ເນາະ,
ຂ້າພະເຈົ້າ ຊື່ວ່າ ທ້າວ ຄຳໄພ ຄຸນນະວົງສາ ຫຼື ເອີ້ນສັ້ນໆວ່າ: "ໄພ" ກະໄດ້, ເປັນຄົນແຂວງ ບໍລິຄຳໄຊ ເຊິ່ງປັດຈຸບັນນີ້ກຳລັງສຶກສາຢູ່ທີ່ຄະນະວິສະວະກຳສາດ ພາກ ຄອມພີວເຕີ ແລະ ໄອທີ ປີ 2.

ແຕ່ກ່ອນກະບໍ່ຄິດບໍ່ຝັນວ່າຕົນເອງຈະໄດ້ມາຮຽນກ່ຽວກັບໄອທີຢູ່ນີ້ເນາະເພາະວ່າບໍ່ຮູ້ຈັກຫຍັງກ່ຽວກັບໄອທີເລີຍ ແລະ ໃຈກາມັກທີ່ຈະຮຽນຄູແນ່ (ອ໋າວ ນອກເລື່ອງລະ ຫະຫະ) ຫຼາຍຄົນຄົງບໍ່ເຊື່ອວ່າຂ້ອຍມາຮຽນຄອມເທື່ອທຳອິດຂ້ອຍເປີດຄອມບໍ່ເປັນ ( ອັນນີ້ຄວາມຈິງ) ຈາກນັ້ນກະຄ່ອຍໆຝຶກຝົນຕົນເອງເທຶ່ອລະໜ້ອຍຈົນປິດຄອມເປັນ ຫະຫະ.

ສີ່ງທີ່ຂ້າພະເຈົ້າສົນໃຈໃນປັດຈຸບັນນີ້ແມ່ນກ່ຽວກັບ ເວັບໄຊ, ແອັປ ແລະ ອຸປະກອນເອເລັກໂຕນິກ, ເຊິ່ງແຕ່ລະຢ່າງກະຍັງບໍ່ຮູ້ຫຼາຍ ແລະ ຍັງບໍ່ຄ່ອຍເກັ່ງປານໃດ, ມີຫຼາຍໆຢ່າງທີ່ໄດ້ເຮັດໄດ້ທົດລອງ ສະນັ້ນ, ຈຶ່ງຢາກຈະເອົາມາໂພດເກັບໄວ້ວ່າເຮົາໄດ້ເຮັດຫຍັງແນ່ ແລະ ບາງທີອາດຈະເປັນບົດຮຽນເລັກໆນ້ອຍໆສຳລັບໃຜທີ່ຕ້ອງການ.


ຂໍຂອບໃຈ

1 comment:

  1. ຮ່າຮ່າ ເປີດຄອມບໍ່ມີໃຜເຮັດເປັນມາແຕ່ເກີດດອກ fighting

    ReplyDelete